Welcome to the EV Club! We are a passionate community of enthusiasts, advocates, and professionals dedicated to advancing the adoption and understanding of electric vehicles (EVs).
Let’s Get in touch with usບໍລິສັດນຳເຂົ້າລົດໄຟຟ້າຈາກ ສປ ຈີນ ແລະ ຈຳໜ່າຍສູ່ຕະຫຼາດໃນ ສປປລາວ ຈຸດປະສົງເພື່ອຂະຫຍາຍຕະຫລາດລົດໄຟຟ້າໃຫ້ເປັນທີ່ຮູ້ຈັກຫລາຍຂື້ນ. ການນຳໃຊ້ລົດດ້ວຍພະລັງງານໄຟຟ້າເປັນໂຕຂັບເຄື່ອນໃນຮູບແບບ 100% ເປັນອີກທາງເລືອກໜຶ່ງໃນສັງຄົມປະຈຸບັນເພື່ອໃຫ້ຜູ້ບໍລິໂພກເລືອກແບຼນ ແລະ ຜະລິດຕະພັນທີ່ເໝາະສົມໄດ້ຫຼາຍຂຶ້ນ, ສາມາດຫຼຸດຄ່າໃຊ້ຈ່າຍໄດ້ຫຼາຍຍິ່ງຂຶ້ນ ແລະ ຍັງເປັນມິດກັບສິ່ງແວດລ້ອມເພື່ອຫຼຸດພາວະໂລກຮ້ອນ.
ລົດໄຟຟ້າ Electric Vehicle ຫຼື EV ມຸ່ງຫວັງໃນການປ່ຽນແປງ ແລະ ພັດທະນາລົດໄຟຟ້າໃຫ້ຢືນຢົງແຫ່ງທຳອິດໃນລາວ ໂດຍເນັ້ນການຫຼຸດຜ່ອນໃຊ້ລົດນ້ຳມັນ ແລະ ສົ່ງເສີມນຳລົດໄຟຟ້າໃຫ້ຫຼາຍຍິ່ງຂຶ້ນເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ພັດທະນາເທັກໂນໂລຢີລົດໄຟຟ້າເພື່ອເພີ່ມປະສິດທິພາບ ແລະ ຫລຸດຕົ້ນທຶນການໃຊ້ງານເສີມສ້າງຄວາມສະດວກສະບາຍໃນການເດີນທາງ.
ເສີມສ້າງຄວາມຮັບຮູ້ໃຫ້ລູກຄ້າເຂົ້າໃຈເຖິງຜົນໂຫຍດຂອງລົດໄຟຟ້າ. ນອກຈາກນີ້ຍັງມີບໍລິການໃຫ້ຄຳປຶກສາກ່ຽວກັບລົດໄຟຟ້າທີ່ທັນສະໄໝ ແລະ ສົ່ງມອບລົດທີ່ສົມບູນແບບທີ່ສຸດໃຫ້ແກ່ລູກຄ້າທຸກຄົນ. ລູກຄ້າທຸກຄົນທີ່ຊື້ລົດໄຟຟ້າຈາກບໍລິສັດເຮົາຈະໄດ້ຮັບບັດສະມາຊິກຂອງສະໂມສອນທັນທີ ທີ່ສາມາດເພີດເພີນກັບສິດທິພິເສດ ແລະ ການບໍລິການຂອງສະມາຊິກທັງໝົດ ແລະ ນອກຈາກນີ້ຍັງມີບໍລິການຫຼັງການຂາຍ ແລະ ບໍລິການຕູ້ສາກຂະໜາດນ້ອຍ ໂດຍອີງໃສ່ມາດຕະຖານການບໍລິການຫຼັງການຂາຍຂອງທ້ອງຖິ່ນທີ່ດີທີ່ສຸດໃນລາວ, ບໍລິສັດອຳນວຍຄວາມສະດວກໃຫ້ລູກຄ້າບໍລິການສາກລົດຟຣີ , ລ້າງລົດຟຣີ ແລະ ການຊ່ວຍເຫຼືອສຸກເສີນໃນເວລາທີ່ລູກຄ້າມີບັນຫາໃນທ້ອງຖະໜົນ.
CEO
Complete control over products allows us to ensure our customers receive the best quality prices and service.
ເອັສເອັນ ລີຊີເດັນ ຊັ້ນ 1st floor office (SN Residence) ຮ່ອມ14, ບ້ານ ນາໄຊ, ນະຄອນຫຼວງວຽງຈັນ